ຫໍຄອຍຊ້າງບ້ານນາ
ການກະກຽມອອກເດີນທາງໄປສູ່ຫໍຄອຍຊ້າງບ້ານນາ, ເມືອງທ່າພະບາດ ແຂວງບໍລິຄຳໄຊ ເຊິ່ງເປັນສະຖານທີ່ທີ່ມີຊື່ສຽງສົມຄວນໃນການເບິ່ງຊ້າງທີ່ຫໍຄອຍ ເຊິ່ງມີຄວາມສູງຕັ້ງຫລາຍ ແມັດ ແລະຄຳວ່າ ຫໍຄອຍກໍ່ບໍ່ໄດ້ຫມາຍຄວາມວ່າຈະອຳນວຍຄວາມສະດວກທຸກຢ່າງໃນການພັກແບບຄ້າງຄືນ ເຊິ່ງທຸກຢ່າງລ້ວນແຕ່ມີການກະກຽມຂອງບັນດານັກທ່ອງທ່ຽວໂດຍສະເພາະ ກໍ່ແມ່ນຜູ້ທີ່ຕ້ອງການຢາກເຫັນຊ້າງປ່າດ້ວຍຕາຕົນເອງ.
ນ້ຳຕົກຕາດມັງກອນ
ຕາດມັງກອນ ຫ່າງຈາກບ້ານທ່າບົກ, ເມືອງທ່າພະບາດ 3 ກິໂລແມັດ, ຈາກທາງເລກທີ 13 ໃຕ້ລ້ຽວຊ້າຍ ເຂົ້າໄປຫາຕາດ ປະມານ 2 ກິໂລແມັດ ເປັນທາງດິນແດງ ທ່ານສາມາດ ໄປທ່ອງທ່ຽວ ດ້ວຍການຂີ່ລົດ ຫຼື ຍ່າງຊົມປ່າ, ນ້ຳຕົກ (ໃນຊ່ວງລະດູຝົນ) ໄລຍະບຸນເຂົ້າພັນສາ, ເໝາະສຳລັບການພັກຜ່ອນ ແລະ ກິນເຂົ້າປ່າ
========================================================================
========================================================================
ຕາດໄພວັນ ເມືອງໄຊຈຳພອນ
ເປັນຕາດແຫ່ງໜຶ່ງ ຢູ່ໃນກາງດົງຕຶບໜາ ເຕັມໄປດ້ວຍສີຂຽວງາມ, ມີທຳມະຊາດທີ່ສວຍສົດງົດງາມ, ມີພູຜາປ່າໄມ້, ມີສຽງນົກ, ສຽງກາຮ້ອງ ທີ່ໜ້າປະທັບໃຈ ພ້ອມດ້ວຍສຽງນ້ຳຕົກຕາດ ມາຈາກຈອມຜາ ທີ່ມີຄວາມສູງ ປະມານ 100 ກວ່າແມັດ, ທັງສອງດ້ານ ຂອງຕາດດັ່ງກ່າວ ຍັງມີຖ້ຳທີ່ໜ້າສົນໃຈ ຂອງສີ່ງທີ່ມີຊີວິດ ແລະ ເປັນບ່ອນທີ່ຢູ່ອາໃສ ຂອງສັດນາໆຊະນິດ ໂດຍສະເພາະແມ່ນ ເຜິ້ງທີ່ອາໃສຢູ່ໃນຖ້ຳ. ສະນັ້ນ, ຈຶ່ງຕັ້ງຊື່ຂອງຖ້ຳທັງສອງວ່າ: ຖ້ຳເຜິ້ງໄພວັນ ແລະ ຖ້ຳຄົງເຄັງ. ຈາກນັ້ນໃນຂອບເຂດ ບໍລິເວນຂອງຕາດ ເຕັມໄປດ້ວຍດອກໄມ້ ທີ່ເກີດຈາກທຳມະຊາດ ທີ່ບານຕາມລະດູການ (ພິເສດຍາມເດືອນ 04 ແລະ ເດືອນ 05) ແມ່ນມີດອກໄມ້ທີ່ເບັ່ງບານ ຕາມລຽບຝັ່ງແຄມນ້ຳ ແລະ ຕາມຜາໃນບໍລິເວນຕາດ, ໃນນັ້ນ ຜູ້ທີ່ໄດ້ພົບເຫັນ ຖ້ຳເຜິ້ງດັ່ງກ່າວນັ້ນ ແມ່ນພໍ່ຕູ້ ຫຼ້າເຄນ ໄດ້ພົບເຫັນຖ້ຳໄພວັນ ແລະ ພໍ່ຕູ້ ຄົງເຄັງ ໄດ້ພົບເຫັນຖ້ຳເຜິ້ງຄົງເຄັງ ເພາະລະຫວ່າງຕາດດັ່ງກ່າວ ເປັນເສັ້ນທາງຜ່ານໄປມາຫາສູ່ ລະຫວ່າງ ລາວ ແລະ ຫວຽດນາມ ແຕ່ສະໄໝສົງຄາມ, ມາຮອດປະຈຸບັນ ແມ່ນມີເສັ້ນທາງລົດ ໄປມາໄດ້ຮອດຕາດ, ແຕ່ເສັ້ນທາງດັ່ງກ່າວ ຍັງບໍ່ທັນສະດວກ, ໄລຍະຫ່າງຈາກ ເທດສະບານເມືອງ ໄປຫາຕາດໄພວັນ ມີໄລຍະທາງ ປະມານ 40 ກວ່າກິໂລແມັດ, ຫ່າງຈາກບ້ານປະຊາຊົນ ປະມານ 10 ກິໂລແມັດ, ສ່ວນຕາດໄພວັນ ແມ່ນໃກ້ກັບຊາຍແດນລາວ - ຫວຽດນາມ, ເກັບກຳຂໍ້ມູນໃນວັນທີ 31 ກໍລະກົດ 2012.
========================================================================
========================================================================
ພະບາດໂພນສັນ
ວັດພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນວັດເກົ່າແກ່ມີຊື່ສຽງແຫ່ງໜຶ່ງ ໃນຈຳນວນບັນດາວັດທີ່ຕັ້ງຢູ່ລຽບແຄມທາງເລກທີ 13 ໃຕ້ ຄວາມມີຊື່ສຽງທີ່ພຸດທະສາ ສະນິກະຊົນນິຍົມສັດທາ ບໍ່ສະເພາະແຕ່ໃນແຂວງບໍລິຄຳໄຊ ແລະ ນະຄອນຫຼວງເທົ່ານັ້ນ ແຕ່ຢູ່ທາງລຽບຝັ່ງຂອງ ເບື້ອງປະເທດໄທ ກໍຖືວ່າເຫຼື້ອມໃສສັດທາ ຕໍ່ວັດພະບາດ ເໝືອນກັນ ທີ່ຕັ້ງຂອງວັດຢູ່ເທິງໂນນຫີນສູງ ໃນເນື້ອທີ່ 12 ເຮັກຕາ ທຸກສິ່ງປຸກສ້າງນັບແຕ່ອາຮາມ ຮອຍພະບາດພະທາດ ຫໍພະນອນ ຫໍແຈກ ກຸຕິ ບ່ອນປະຕິບັດທຳຂອງ ພະພິກຂຸ ລ້ວນແຕ່ຖືກປຸກສ້າງໃສ່ເທິງພະລານຫີນທັງນັ້ນ ດັ່ງນັ້ນ ສິ່ງທີ່ເປັນຖາວອນວັດຖຸໃນວັດ ຈຶ່ງເກີດຂຶ້ນຈາກແຮງສັດທາ ຫຼືການບໍລິຈາກ ຈາກຜູ້ໃຈບຸນທັງຫຼາຍ ແລະ ກ່ວາຈະສຳເລັດແຕ່ລະຫຼັງ ທີ່ຢູ່ເທິງພະລານຫີນ ບັນດານາຍຊ່າງ ກໍສູ້ຊົນຜ່ານຜ່າ ເຈາະສີ່ວຫີນເຫຼົ່ານັ້ນ ເພື່ອການກໍ່ສ້າງອັນແສນລຳບາກ ຈົນສຳເລັດ.
ວັງນໍ້າເຢັນ
ວັງນໍ້າເຢັນ ຕັ້ງຢູ່ບ້ານ ນາປ່າຫ້ວານ ເມືອງຄຳເກີດ ແລະ ຫ່າງຈາກເທດສະບານເມືອງ ປະມານ 32 ກິໂລແມັດ ແລະ ຫ່າງຈາກບ້ານ ຂອງປະຊາຊົນປະມານ 5 ກິໂລແມັດ,( ທາງເລກ 8 ) ວັງນໍ້າເຢັນແຫ່ງນີ້ແມ່ນ ຄົ້ນພົບໃນລະຫ່ວາງປີ 1980 ໂດຍຊາວບ້ານໃນພື້ນທີ່ກໍ່ຄື ຊາວບ້ານ ບ້ານນາປ່າຫ້ວານ, ນີ້ກໍ່ເປັນອີກແຫ່ງທ່ອງທ່ຽວອີກແຫ່ງທີ່ມີຄວາມສວຍງາມຂອງເມືອງ ແລະ ອຸດົມສົມບຸນໃປດ້ວຍປ່າໄມ້ນາໆຊະນິດ , ນໍ້າກໍ່ເຢັນ ແລະ ໃສຢູ່ຕະຫຼອດປີ ເສັ້ນທາງໃປມາກໍ່ສະດວກສະບາຍ......ສຸດທ້າຍນີ້ກໍ່ຢາກຝາກເຖີງພີ່ນ້ອງ ນັກທ່ອງທ່ຽວບໍ່ວ່າທັງພາຍໃນແລະຕ່າງປະເທດກໍ່ດີ ຢາກໃຫ້ມາຢ້ຽມຊົມ ກັນຫລາຍໆເດີ
ນອກຈາກນີ້ ແຂວງບໍລິຄຳໄຊຍັງມີສະຖານທີທອ່ງທ່ຽວອິກຫລາຍແຫ່ງ ທີ່ບໍໄດ້ນຳມາເຜີຍແຜ່ ທາງເວບນີ້
ເວບນີ້ສ້າງຂື້ນເພື່ອປະກອບໃນການຮຽນຂຽນເວບໄຊ (ຂຽນສົ່ງ ອ.ຈ) ຂໍ້ມູນຜິດພາດປະການໃດ ຂໍອະໄພໄວ້ນະທີ່ນີ້ດວ້ຍ




No comments:
Post a Comment